
CSC HRD POLICY
ໂອກາດພາຍໃນສຳລັບພະນັກງານ
ທຶນມະນຸດ ແມ່ນພື້ນຖານຫຼັກຂອງຄວາມສຳເລັດຂອງອົງກອນ ທີ່ CSC Complex Center Sole Co., Ltd. ພວກເຮົາໃຫ້ຄວາມສຳຄັນສູງສຸດ ຕໍ່ການພັດທະນາຄວາມຮູ້ ແລະ ຄວາມສາມາດຂອງພະນັກງານ ພ້ອມທັງສະໜັບສະໜູນການເຕີບໂຕທາງວິຊາຊີບຢ່າງຕໍ່ເນື່ອງ ໃນຂະນະດຽວກັນ ພວກເຮົາມຸ່ງໝັ້ນໃນການປັບປຸງສະພາບແວດລ້ອມການເຮັດວຽກ ເພື່ອເພີ່ມປະສິດທິພາບ ແລະ ສ້າງບັນຍາກາດການເຮັດວຽກທີ່ດີ ແລະ ເກີດຜົນຜະລິດ ນອກຈາກນັ້ນ ພວກເຮົາສົ່ງເສີມການສື່ສານຢ່າງເປີດເຜີຍ ແລະ ສະໜັບສະໜູນໃຫ້ພະນັກງານທຸກລະດັບມີສ່ວນຮ່ວມ ເພື່ອນຳເສີມ ແລະ ນຳໄປປະຍຸກໃຊ້ແນວຄິດທີ່ໂດດເດັ່ນ ໃນການຮ່ວມກັນສ້າງວັດທະນະທຳອົງກອນໃນອະນາຄົດ
ນະໂຍບາຍການດຳເນີນງານ
-
ມຸ່ງໝັ້ນລົງທຶນຢ່າງຕໍ່ເນື່ອງໃນການພັດທະນາຊັບພະຍາກອນມະນຸດ ເພື່ອເສີມສ້າງທັກສະຂອງພະນັກງານ ແລະ ຂັບເຄື່ອນການເຕີບໂຕຂອງອົງກອນ
-
ສົ່ງເສີມໃຫ້ພະນັກງານມີຄວາມເຂົ້າໃຈອົງກອນໃນເຊິ່ງເລິກ ເພື່ອພັດທະນາລະບົບພາຍໃນ ແລະ ເພີ່ມປະສິດທິພາບການດຳເນີນງານ
-
ດຳເນີນໂຄງການຝຶກອົບຮົມພະນັກງານຢ່າງຕໍ່ເນື່ອງ ແລະ ຍືນຍົງ ເພື່ອສ້າງຄວາມສາມາດໃນລະຍະຍາວໃຫ້ແກ່ພະນັກງານທຸກລະດັບ



ໂຄງການຝຶກອົບຮົມ 2024: ການສື່ສານໃນທີ່ເຮັດວຽກ ແລະ ການພັດທະນາວິຊາຊີບ



ໂຄງການຝຶກອົບຮົມປີ 2025 ການນຳໃຊ້ Excel Pivot Tables
