top of page

ກ່ຽວ​ກັບ​ພວກ​ເຮົາ

BB02.jpg

Chaleun Sekong Group Limited ໄດ້ຖືກກໍ່ຕັ້ງ ແລະ ຈົດທະບຽນເທື່ອທຳອິດໃນປີ 2009 ໃນຊື່ Chaleun Sekong Construction Co., Ltd. ເປັນບໍລິສັດລົງທຶນ ຢູ່ໃນກຸ່ມທຸລະກິດກໍ່ສ້າງແບບຄົບວົງຈອນ ແລະ ທຸລະກິດກໍ່ສ້າງຖະໜົນ ຕໍ່ມາໃນປີ 2011 ບໍລິສັດໄດ້ປ່ຽນຊື່ເປັນ Chaleun Sekong Group Co., Ltd. ເຊິ່ງເປັນຊື່ທີ່ໃຊ້ຈົນເຖິງປັດຈຸບັນ CSC Complex Center Sole Co., Ltd. ແມ່ນໜຶ່ງໃນບໍລິສັດໃນເຄືອຂອງ Chaleun Sekong Group (CSG) ໂດຍດຳເນີນທຸລະກິດຈຳໜ່າຍວັດສະດຸກໍ່ສ້າງ, ເຄື່ອງມື ແລະ ອຸປະກອນ, ພ້ອມທັງອຸປະກອນຕົກແຕ່ງບ້ານ ແລະ ອາຄານ ໂດຍນຳເສີມສິນຄ້າຢ່າງຄົບຖ້ວນ ຕັ້ງແຕ່ວັດສະດຸກໍ່ສ້າງພື້ນຖານ ຈົນເຖິງວັດສະດຸຕົກແຕ່ງພາຍໃນສະໄໝໃໝ່ ບໍລິສັດໄດ້ກໍ່ຕັ້ງໃນປີ 2014 ຢູ່ນະຄອນປາກເຊ, ແຂວງຈຳປາສັກ ແລະ ເປີດດຳເນີນການຢ່າງເປັນທາງການໃນປີ 2016 ດ້ວຍເປົ້າໝາຍໃນການເປັນ ສູນກາງວັດສະດຸກໍ່ສ້າງແບບຄົບວົງຈອນ ຕາມແນວຄິດການຄ້າສະໄໝໃໝ່ (Modern Trade) CSC ນຳເຂົ້າສິນຄ້າທີ່ມີຊື່ສຽງ ໃນລາຄາທີ່ເໝາະສົມ ຈາກຜູ້ຜະລິດທັງພາຍໃນ ແລະ ຕ່າງປະເທດ ໂດຍສິນຄ້າມາຈາກໂຮງງານທີ່ໄດ້ຮັບການຮັບຮອງມາດຕະຖານ ຈາກຫຼາຍປະເທດທົ່ວໂລກ ເພື່ອຕອບສະໜອງຄວາມຕ້ອງການ ຂອງລູກຄ້າທົ່ວປະເທດ ສປປ ລາວ ໃຫ້ສອດຄ່ອງກັບຄຳຂວັນຂອງບໍລິສັດ: 
“ອານາຈັກວັດສະດຸກໍ່ສ້າງຂອງຄົນລາວ ຮວມໃຈຮັກ, ຄົບຖ້ວນ, ຖືກທີ່ສຸດ”

bottom of page