top of page

CSC COMPANY PROFILE

ຂໍ້ມູນຄວາມເປັນມາ ບໍລິສັດ ຈຳເລີນເຊກອງ ແລະ CSC Complex Center

 

ບໍລິສັດ ຈຳເລີນເຊກອງ ຈໍາກັດ (Chaleun Sekong Group Limited) ໄດ້ສ້າງຕັ້ງ ແລະ ຂຶ້ນທະບຽນຄັ້ງທໍາອິດໃນປີ 2009 ໃນນາມ ບໍລິສັດ ຈຳເລີນເຊກອງ ກໍ່ສ້າງ ຈຳກັດ (Chaleun Sekong Construction Co., Ltd) ແລະ ເປັນບໍລິສັດລົງທຶນຂອງກຸ່ມບໍລິສັດກໍ່ສ້າງ ແລະ ກໍ່ສ້າງທາງແບບຄົບວົງຈອນ. ຕໍ່ມາໃນປີ 2011, ໄດ້ມີການປ່ຽນຊື່ມາເປັນຊື່ປັດຈຸບັນຄື: ບໍລິສັດ ຈຳເລີນເຊກອງ ຈຳກັດ (Chaleun Sekong Group Co., Ltd).

ບໍລິສັດ ສູນການຄ້າຄົບວົງຈອນ CSC ຈຳກັດຜູ້ດຽວ (CSC Complex Center Sole Co., LTD) ແມ່ນສະມາຊິກຂອງກຸ່ມບໍລິສັດ ຈຳເລີນເຊກອງ (CSG) ທີ່ດຳເນີນທຸລະກິດຈຳໜ່າຍເຄື່ອງກໍ່ສ້າງ, ເຄື່ອງມື-ອຸປະກອນ, ແລະ ອຸປະກອນຕົບແຕ່ງເຮືອນ-ອາຄານ, ໂດຍສະໜອງສິນຄ້າຄົບວົງຈອນຕັ້ງແຕ່ເຄື່ອງກໍ່ສ້າງພື້ນຖານ ຈົນເຖິງເຄື່ອງສຳເລັດຮູບທີ່ທັນສະໄໝ. ບໍລິສັດໄດ້ສ້າງຕັ້ງຂຶ້ນໃນປີ 2014 ທີ່ ນະຄອນປາກເຊ ແຂວງຈຳປາສັກ, ແລະ ເປີດໂຕຢ່າງເປັນທາງການໃນປີ 2016, ດ້ວຍເປົ້າໝາຍທີ່ຈະກາຍເປັນສູນກາງເຄື່ອງກໍ່ສ້າງແບບຄົບວົງຈອນທີ່ອີງໃສ່ຫຼັກການຄ້າສະໄໝໃໝ່ (modern trade). CSC ນໍາເຂົ້າສິນຄ້າມີຊື່ສຽງໃນລາຄາທີ່ສົມເຫດສົມຜົນ ທັງຈາກພາຍໃນ ແລະ ຕ່າງປະເທດ. ສິນຄ້າແມ່ນໄດ້ຮັບການຄັດເລືອກມາຈາກໂຮງງານຜະລິດທີ່ໄດ້ມາດຕະຖານໃນທົ່ວໂລກ ເພື່ອຕອບສະໜອງຄວາມຕ້ອງການຂອງລູກຄ້າທົ່ວ ສປປ. ລາວ ໃຫ້ສອດຄ່ອງກັບຄຳຂວັນຂອງບໍລິສັດທີ່ວ່າ:

"ລາຊາແຫ່ງວັດຖຸກໍ່ສ້າງຂອງຄົນລາວ, ລວມຮັກ, ຄົບຄູ່, ຖືກທີ່ສຸດ."

bottom of page