ປະຫວັດຄວາມເປັນມາ

ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ 2009 ໃນນາມບໍລິສັດ ຈະເລີນເຊກອງກໍ່ສ້າງ ເຊິ່ງເປັນບໍລິສັດຮັບເໝົາກໍ່ສ້າງ - ຂົວທາງ. ຕໍ່ມາໃນປີ 2011 ໄດ້ປ່ຽນຊື່ມາເປັນບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ.
ບໍລິສັດ ຊີເອັສຊີ ຄອມເພລັກເຊັນເຕີ ຈຳກັດຜູ້ດຽວ ເປັນໜຶ່ງໃນເຄືອ ບໍລິສັດ ຈະເລີນເຊກອງ ກຣຸບ ຈຳກັດຜູ້ດຽວ ເຊິ່ງດຳເນີນທຸລະກິດ ຈັດຈຳໜ່າຍສິນຄ້າດ້ານວັດສະດຸກໍ່ສ້າງ, ເຄື່ອງມືອຸປະກອນຊ່າງ, ເຄື່ອງຕົກແຕ່ງເຮືອນ ແລະ ອາຄານແບບຄົບວົງຈອນຕັ້ງແຕ່ວັດສະດຸກໍ່ສ້າງຫຼັກຈົນເຖິງວັດສະດຸຕົກແຕ່ງພາຍໃນທີ່ທັນສະໄໝ. ບໍລິສັດ ຊີເອັສຊີ ຄອມເພລັກເຊັນເຕີ ຈຳກັດຜູ້ດຽວ ໄດ້ສ້າງຕັ້ງຂຶ້ນໃນປີ 2014 ທີ່ນະຄອນປາກເຊ ແຂວງຈຳປາສັກ ແລະ ເປີດເປັນທາງການໃນປີ 2016 ດ້ວຍແນວຄິດທີ່ຈະສ້າງ ບໍລິສັດ ຊີເອັສຊີ ໃຫ້ເປັນສູນລວມວັດສະດຸກໍ່ສ້າງຄົບວົງຈອນ ໂດຍຍຶດຖືແນວຄວາມຄິດທີ່ທັນສະໄໝ.
ພວກເຮົາໄດ້ນຳເອົາສິນຄ້າທີ່ມີຄຸນນະພາບ, ມີຊື່ສຽງທັງພາຍໃນ ແລະ ຕ່າງປະເທດໃນລາຄາທີ່ເໝາະສົມ ຜ່ານຜູ້ຜະລິດທີ່ໄດ້ມາດຕະຖານຈາກຫຼາກຫຼາຍໂຮງງານທົ່ວໂລກ ເພື່ອຕອບຄົບຄັກສະໜອງຄວາມຕ້ອງການຂອງລູກຄ້າ ທີ່ໃຫຍ່ທີ່ສຸດໃນ ສປປ ລາວ. ພາຍໃຕ້ຄຳຂວັນທີ່ວ່າ: “ ອານາຈັກວັດສະດຸກໍ່ສ້າງຂອງຄົນລາວ ໂຮມຮັກ ຄົບຄັກ ຖືກດີ ”

