
NEWS & EVENTS

CSC Complex Center ສະຫຼອງຄົບຮອບ 10 ປີ!
ຈາກຮ້ານຂາຍເຫຼັກນ້ອຍໆ ສູ່ອານາຈັກວັດສະດຸກໍ່ສ້າງທີ່ຍິ່ງໃຫຍ່ ຢູ່ລາວ
ໃນຄືນວັນທີ 28 ກຸມພາ 2026 ທີ່ຜ່ານມາ ບັນຍາກາດທີ່ໂຮງແຮມ ແລນດ໌ມາກ ນະຄອນຫລວງວຽງຈັນ ເຕັມໄປດ້ວຍຄວາມປິຕິຍິນດີ ເມື່ອ ບໍລິສັດ ຊີເອັສຊີ ຄອມເພລັກ ເຊັນເຕີ ໄດ້ຈັດງານສະເຫຼີມສະຫຼອງ ຄົບຮອບ 10 ປີ ຢ່າງຍິ່ງໃຫຍ່ ໂດຍມີແຂກກິດຕິມະສັກ ຫຼາຍທ່ານເຂົ້າຮ່ວມ 🎉
📖 ເສັ້ນທາງ 10 ປີ ທີ່ບໍ່ທຳມະດາ
ໃຜຈະຄາດຄິດວ່າ... ຈາກ "ຮ້ານຂາຍເຫຼັກນ້ອຍໆ" ໃນສະໄໝກ່ອນ ຈະສາມາດຂະຫຍາຍຕົວກາຍເປັນ ທຸລະກິດຍັກໃຫຍ່ ທາງດ້ານວັດສະດຸກໍ່ສ້າງ ໄດ້ພາຍໃນ 10 ປີ!
• 2012 — ເລີ່ມຄິດຍົກລະດັບລະບົບຊື້-ຂາຍ ສູ່ Modern Trade
• 2016 — ເປີດສາຂາທຳອິດ ກາຍເປັນ Modern Trade ໃຫຍ່ທີ່ສຸດໃນ 4 ແຂວງພາກໃຕ້
• 2018 — ຂະຫຍາຍສາຂາທີ 2 ທີ່ ເມືອງປາກຊັນ ແຂວງບໍລິຄຳໄຊ
• 2019 — ກ້າວເຂົ້າ ນະຄອນຫລວງວຽງຈັນ ສາຂາທີ 3
• 2027 — ກຳລັງກໍ່ສ້າງສາຂາທີ 4 ທີ່ ບ້ານໜອງແຕ່ງ (ຄາດເປີດ 2027!)

ກວດສຸຂະພາບພະນັກງານ ປະຈຳປີ 2026
ໃນວັນທີ 02 ກຸມພາ 2026 ທີ່ຜ່ານມາ ບໍລິສັດ ຊີເອັສຊີ ຄອມເພລັກເຊັນເຕີ ຈຳກັດຜູ້ດຽວ ໄດ້ມີການກວດສຸຂະພາບປະຈຳປີ 2026 ໃຫ້ແກ່ພະນັກງານທຸກທ່ານ ທັງ 03 ສາຂາ ເພື່ອໃຫ້ໝັ້ນໃຈວ່າສຸຂະພາບຂອງພະນັກງານທຸກທ່ານມີຄວາມແຂງແຮງ, ພ້ອມຮັບມືກັບໜ້າວຽກ ແລະ ສະພາບອາກາດທີ່ປ່ຽນແປງຢູ່ຕະຫຼອດເວລາ ເພາະສຸຂະພາບຄືສິ່ງທີ່ສຳຄັນເປັນອັນດັບ 01🛡️
ນີ້ແມ່ນຄວາມຫ່ວງໃຍ ແລະ ໃສ່ໃຈທີ່ ບໍລິສັດ ຊີເອັສຊີ ຄອມເພລັກເຊັນເຕີ ຈຳກັດຜູ້ດຽວ ສົ່ງມອບໃຫ້ກັບພະນັກງານທຸກທ່ານດ້ວຍໃຈສະເໝີມາ💙ເພາະທຸກໆທ່ານຄືຄອບຄົວຂອງເຮົາ
#ໂຮມຮັກ ຄົບຄັກ ຖືກດີ💙
